ແລັກຕາຊອຍ​ກ່ອງ​ໃຫມ່ !

ສົດໃສ​ບໍ່ມີຕົກຍຸກ ແຕ່ຍັງຄົງຄຸນຄ່າ ຄວາມ​ແຊບ​ ແລະ​ຄຸນນະພາບ​ເຕັມ​ກ່ອງ​ຄືເກົ່າ

ເພາະ​ເຮົາ​ໃສ່ໃຈ​ໃນ​ທຸກ​ຂັ້ນ​ຕອນ​ຂອງ​ການ​ຜະລິດ​ ​ເລີ່ມ​ຈາກ​ຄັດສັນວັດຖຸດິບຈາກແຫ່ລງຜະລິດຖົ່ວເຫລືອງ​ຄຸນ​ນະ​ພາບ​ສູງ​ ແບບ​ພິເສດສົດໃຫມ່ ຜ່ານ​ຂະບວນການ​ຜະລິດ​ທີ່​ສະອາດ​ແລະ​ທັນ​ສະ​ໄໝ​ ໄດ້​ມາດຕະຖານ​ສາກົນ​ ຈຶ່ງ​ເຮັດໃຫ້​ແລັກຕາຊອຍ

​ເປັນ​ນົມ​ຖົ່ວ​ເຫລືອງ​ຄຸນນະພາບ​ສູງ​ລົດ​ຊາດ​ແຊບ​ບໍ່​ຄືໃຜ ແລະ​ໃຫ້​ຄຸນ​ຄ່າ​ທາງ​ໂພສະນາການສູງ ອຸດົມ​ໄປດ້ວຍ​ໂປຣຕີນ​ແລະ​ກົດອະມິໂນ​​ 9​ ຊະນິດ

ກົດອະມິໂນ ​9​ ຊະນິດ​ປະກອບ​ມີ:

1. ໄອໂຊລິວຊິນ (Isoleucine) ຊ່ວຍເສີມສ້າງການຈະເລີນເຕີບໂຕແລະການເຮັດວຽກຂອງປະສາດ ຊ່ວຍພັດທະນາ ການ​ຮຽນຮູ້​

2. ລິວຊິນ (Leucine) ກະຕຸ້ນ​ການ​ເຮັດ​ວຽກ​ຂອງ​ສະ​ຫມອງ ເຊວປະສາດແຂງແຮງ

3. ໄລຊິນ (Lysine)  ສ້ອມແຊ່ມກ້າມເນື້ອ ທີ່ສຶກລໍ ເປັນ​ສານ​ຕັ້ງ​ຕົ້ນ​ຂອງແອລຄາຣ໌ນິທີນ ທີ່​ຊ່ວຍ​ເຜົາ​ຜານ​ໄຂມັນ​ ຊ່ວຍໃຫ້​ມີສຳມະທິ ແລະດູດຊຶມແຄວຊ້ຽມ ຈຶ່ງປ້ອງກັນພະຍາດກະດູກພ່ອຍ

4. ເມໄຮໂອນິນ (Methionine)  ເປັນສານ ຕໍ່​ຕ້ານ​ອະນຸມູນອິດສະລະ ກຳຈັດສານພິດອອກຈາກຮ່າງກາຍ ແລະຊ່ວຍຍ່ອຍສະຫລາຍໄຂມັນ

5. ຟີນີລອະລາມີນ (Phenylalanine)  ເພີ່ມ​ຄວາມ​ຕື່ນ​ຕົວ​ເຮັດ​ໃຫ້​ຄວາມ​ຮູ້​ສືກ ກະຕືລືລົ້ນ​ເສີມ​ສ້າງຄວາມຈຳແລະບັນເທົາຄວາມໂສກເສົ້າແລະລົດຄວາມຢາກອາຫານ

6. ທຣີໂອນີນ (Threonine) ຊ່ວຍເພີ່ມພູມຄຸ້ມກັນ ຊ່ວຍເຜົາຜານໄຂມັນ ມີປະໂຫຍດຕໍ່ລະບົບຍ່ອຍອາຫານແລະການດູດຊຶມສານອາຫານຕ່າງໆໃນຮ່າງກາຍ

7. ວາລິນ (Valine) ຊ່ວຍ​ການ​ກະ​ຕຸ້ນ ຂອງສະຫມອງ ແລະ​ການປະສານງານກັນຂອງກ້າມເນື້ອ

8. ທຣິປໂຕເຟນ (Tryptophan)  ມີສ່ວນເສີມສ້າງຄຸນນະພາບ​ໃນການນອນຫລັບສະບາຍຢ່າງເປັນທຳມະຊາດ

9. ຮິສທິດີນ (Histidine) ຈຳເປັນຕໍ່ການຈະເລີນເຕີບໂຕແລະພັດທະນາການໃນໄວເດັກ ຊ່ວຍ​ການ​ເຮັດ​ວຽກ​ຂອງ​ລະບົບ​ປະສາດ​ໃຫ້ດີຂຶ້ນ

ແລັກຕາຊອຍ​ຊິກ້າວຫນ້າ​ແລະ​ບໍ່ຢຸດຢູ່ບ່ອນເກົ່າ

ໃນການມຸ້ງຫມັ້ນສ້າງສັນ ແລະພັດທະນາຜະລິດຕະພັນ

ໃຫ້ມີຄຸນນະພາບເພື່ອເປັນການ

ຕອບແທນຄວາມຮັກແລະຄວາມໄວ້ວາງໃຈ

ຂອງຜູ້ບໍລິໂພກທຸກຄົນທີ່ໃຫ້ຄວາມ

ສະຫນັບສະຫນູນເປັນຢ່າງດີສະເໝີມາ

Start typing and press Enter to search